View this post on Instagram

“ ຂ້ອຍເອງ “ 💚 ເປັນພຽງຜູ້ຍິງທຳມະດາ ທີ່ແລ່ນຕາມຫາຄວາມຝັນ ⭐️ ໂດຍທີ່ບໍ່ຮູ້ວ່າຊິເປັນໄປໄດ້ບໍ . . . ❓ ເພາະດ້ວຍຫນ້າຕາ ຮູບຫລັກພາຍນອກແລ້ວ 👩🏻 ຖ້າທຽບກັບຄົນອື່ນແລ້ວ ເຮົາຍັງອີກໄກ . . . ແຕ່ “ ຂ້ອຍເອງ “ ກໍ່ເອົາຈຸດດ້ອຍ ມາເປັນຈຸດເດັ່ນ 💡 ຂາຍຫນ້າຕາບໍ່ໄດ້ ກໍ່ຂາຍຄວາມສາມາດ ທີ່ເປັນໂຕຂອງເຮົາເອງທີ່ບໍ່ມີໃຜສາມາດເປັນຄືເຮົາໄດ້ 🙋🏻‍♀️ ຫລັງຈາກນັ້ນ ຂ້ອຍກໍ່ເລີ່ມດູແລໂຕເອງ ເລີ່ມໃສ່ໃຈໂຕເອງ 👱🏻‍♀️ ເລີ່ມເຮັດວຽກໃນສິ່ງທີ່ໂຕເອງຮັກ 😍 ໂດຍບໍ່ຄາດຫວັງວ່າຈະໄດ້ຫລືບໍ ແຕ່ຂໍໃຫ້ໄດ້ເຮັດກ່ອນ ຢ່າງອື່ນຄ່ອຍວ່າກັນ 😁 ເພາະສຳຫລັບຂ້ອຍແລ້ວ ສິ່ງໃດທີ່ຂ້ອຍມັກ ແລະຮັກ💚 ຂ້ອຍຈະເຮັດມັນດ້ວຍຄວາມສຸກ ຮອຍຍິ້ມ 😊 ແຕ່ສິ່ງທີ່ຕາມມານັ້ນ ແມ່ນເປົ້າຫມາຍ 🎯 ແລະກາຍເປັນຜົນພອຍໄດ້ຕາມມາ 💰🚗🏡 ສຳຫລັບຂ້ອຍຈະມີຄວາມສຸກ ກໍ່ຕໍ່ເມື່ອເຮັດໃນສິ່ງທີ່ຮັກ ເຮັດແລ້ວສະບາຍໃຈ 💚 ເຮັດແລ້ວມີຄວາມສຸກ ໄດ້ຍິ້ມ ໄດ້ຫົວ 😆 ເຖິງບາງຄັ້ງສິມີປັນຫາ ແຕ່ເຮົາກໍ່ເລືອກທີ່ຈະແກ້ໄຂໃຫ້ດີ ບໍ່ແມ່ນຍ່າງຫນີຈາກໄປ 💃🏻 ປັນຫາ ເປັນຄູສອນທີ່ດີທີ່ສຸດ ❓ ເພາະຖ້າເຮົາບໍ່ມີປັນຫາ ຍາກທີ່ຈະປະສົບຜົນສຳເລັດໄດ້ ຂ້ອຍເອງຄືກັນ ກ່ອນທີ່ຂ້ອຍຈະຮອດທຸກມື້ນີ້ ກໍ່ບໍ່ແມ່ນສິ່ງງ່າຍເລີຍ ຕ້ອງເຈີທັງປັນຫາ ອຸປະສັກ ຕ່າງໆນານາ ກ່ອນຈະມາເປັນຂ້ອຍໃນມື້ນີ້ 😊 ແລະຍັງເປັນເຄື່ອງພິສູດວ່າ ນອກຈາກຄົນທີ່ຫນ້າຕາດີ ບຸກຄະລິກດີແລ້ວ ທີ່ມີໄຊໃນການ ປະສົບຜົນສຳເລັດໄວກວ່າເຮົາ ແຕ່ວ່າ ຄົນທຳມະດາ ກໍ່ປະສົບຜົນສຳເລັດໄດ້ ນັ້ນຄື ຄວາມພະຍາຍາມ ການຍ່າງຕາມຫາໂອກາດ ແລະການໄດ້ຮັບໂອກາດ ຈາກຄົນຮອບຂ້າງເຮົາ 👨🏼‍🦳👵🏼👩🏻🧔🏻 ແລະທຸກຄົນຈະປະສົບຜົນສຳເລັດໄດ້ ໃນຮູບແບບໃຜລາວທີ່ແຕກຕ່າງກັນ 🏆 ແຕ່ນັ້ນ ເປັນພຽງການເລີ່ມຕົ້ນເທົ່ານັ້ນ 🌱 ຫົນທາງອີກຍາວໄກ ທີ່ເຮົາຕ້ອງຍ່າງໄປທາງຫນ້າ 🛣 ເພາະວ່າທຸກຄົນມີເສັ້ນທາງຊີວິດ 🛣 ແລະຄວາມຝັນ ທີ່ແຕກຕ່າງກັນ 🙋🏻‍♀️ ທຸກຄົນ ລ້ວນແຕ່ເປັນ ພະເອກ ແລະນາງເອກ 👸🏻🤴🏻 ໃນຊີວິດຈິງຂອງໂຕເອງ ທັງນັ້ນ ສ່ວນຄົນອື່ນແມ່ນເປັນພຽງໂຕປະກອບໃຫ້ກັບຂອງຊີວິດເຮົາ ໃຫ້ຊີວິດມີລົດຊາດ ແລະຄົບຖ້ວນສົມບູນ “ ຂ້ອຍເອງ “ ຢາກຂອບໃຈ “ ພໍ່ແມ່ “ ທີ່ເຮັດໃຫ້ຂ້ອຍເກີດມາ ຂອບໃຈ “ ຄອບຄົວ “ * “ ຄູອາຈານ “ * “ ຜູ້ໃຫ່ຍ “ * “ ຄົນຮັກ “ * “ຫມູ່ເພື່ອນ “ * “ ຄົນຕິດຕາມ “ . . . ທີ່ຮັກໃນສິ່ງທີ່ຂ້ອຍເປັນ ຮັກໃນຄວາມເປັນຂ້ອຍ ຂອບໃຈໂອກາດດີໆ ທີ່ຢິບຍື່ນໃຫ້ ຂອບໃຈທີ່ຄິດຮອດ ຂອບໃຈທີ່ເອັນດູ ຂອບໃຈທີ່ບໍ່ຖິ້ມກັນ ຂອບໃຈທີ່ຢູ່ຄຽງຂ້າງ ແລະເປັນກຳລັງໃຈໃຫ້ ສຸດທ້າຍນີ້ ຂ້ອຍເອງ ຢາກບອກວ່າ 😊 “ ຢ່າຖິ້ມຝັນ “ ເພາະນັ້ນຄືຄວາມສຸກ 💚 #ແລ້ວເຈົ້າເດໄດ້ລອງຍ່າງຕາມຄວາມຝັນຫລືຍັງ❓ #ຄວາມໃນໃຈຍັງເວົ້າບໍ່ຫມົດເດີແຕ່ຊຳ່ນີ້ກະຍາວໆອິອິ Cr: @m_design_2010

A post shared by Noony_kppd (@koumphonphakdee) on